ອະດີດທະນາຄວາມຂອງ ທ່ານ ທຣໍາ ຍອມໃຫ້ການຮ່ວມມືກັບໄອຍະການ ລັດ ອາຣິໂຊນາ.

ອະດີດທະນາຄວາມຂອງ ທ່ານ ທຣໍາ ຍອມໃຫ້ການຮ່ວມມືກັບໄອຍະການ ລັດ ອາຣິໂຊນາ.

VOA Lao

2 месяца назад

31 Просмотров

ອະດີດທະນາຍຄວາມການໂຄສະນາຫາສຽງຂອງອະດີດປະທານາທິບໍດີ ດໍໂນລ ທຣຳ, ນາງ ເຈັນນາ ແອລລິສ (Jenna Ellis) ຈະໃຫ້ຄວາມຮ່ວມມືກັບໄອຍະການຂອງລັດ ອາຣິໂຊນາ ເພື່ອແລກກັບການຍົກຟ້ອງໃນຄະດີປອມແປງຜູ້ເລືອກຕັ້ງ. ຫ້ອງການ ໄອຍະການສູງສຸດຂອງລັດ ໄດ້ປະກາດຂໍ້ຕົກລົງດັ່ງກ່າວໃນວັນຈັນວານນີ້.
ກ່ອນໜ້ານີ້ ນາງ ແອລລິສ ໄດ້ຮັບສາລະພາບວ່າບໍ່ມີຄວາມຜິດໃນຂໍ້ຫາສໍ້ໂກງ, ປອມແປງເອກະສານ ແລະ ສົມຮູ້ຮ່ວມຄິດໃນຄະດີຢູ່ໃນລັດ ອາຣິໂຊນາ.
ນາງ ແອລລິສ ໄດ້ຖືກກ່າວຫາໃນລັດ ຈໍເຈຍ ໃນປີກາຍນີ້ ຫຼັງຈາກທີ່ນາງປະກົດຕົວ ພ້ອມກັບ ທ່ານ ຣູດີ ຈູລີອານີ ໃນການໄຕ່ສວນໃນເດືອນທັນວາ ປີ 2020 ທີ່ຈັດຂຶ້ນ ໂດຍສະມາຊິກສະພາພັກຣີພັບບລີກັນຂອງລັດ. ໂດຍຂ້ໍກ່າວຫາທີ່ບໍ່ແມ່ນຄວາມຈິງ ກ່ຽວ ກັບການສໍ້ໂກງການເລືອກຕັ້ງ ກໍຖືກກ່າວຢູ່ໃນກອງປະຊຸມຄັ້ງນັ້ນເຊັ່ນກັນ. ນາງໄດ້ຮັບສາລະພາບວ່າມີຄວາມຜິດໃນເດືອນຕຸລາຜ່ານມາ ໃນການກະທຳຜິດທາງອາຍາ ນຶ່ງຂໍ້ຫາໃນການໃຫ້ການຊ່ວຍເຫຼືອ ແລະໃຫ້ການສະໜັບສະໜູນໃນການກ່າວຄຳປາໄສ ແລະການຂຽນທີ່ບໍ່ມີມູນຄວາມຈິງ. ((:00 ຫາ :30))
ຜູ້ຖືກກ່າວຫາອີກ 17 ຄົນ ໃນຄະດີນີ້ ໄດ້ຮັບສາລະພາບວ່າບໍ່ມີຄວາມຜິດຕໍ່ຂໍ້ກ່າວຫາທາງອາຍາໃນຄະດີນີ້.
Ссылки и html тэги не поддерживаются


Комментарии: